ຜັກຕົບ (Lao)

Eichhornia crassipes

ດອກຜັກຕົບສີມ່ວງທີ່ມີກາແດງຢູ່ເທິງຮູບ

ພືດຊະນິດນີ້, ທີ່ເອີ້ນກັນວ່າຜັກຕົບ, ແມ່ນພືດປະເພດຫຍ້າຢ່າງໜຶ່ງທີ່ເປັນອັນຕະຣາຍໃນອອສເຕຣເລັຍ. ຢູ່ໃນຣັດວິກຕໍເຣັຍຖືວ່າເປັນຫຍ້າຕ້ອງຫ້າມທີ່ຜິດກົດໝາຍ.

ທີ່ກະຊວງກະສິກຳຂອງຣັດວິກຕໍເຣັຍພວກເຮົາພະຍາຍາມເຮັດວຽກຢ່າງໜັກໃນການປ້ອງກັນສິ່ງແວດລ້ອມຂອງເຮົາຈາກພືດນີ້ແລະເຮົາຕ້ອງການຄວາມຊ່ວຍເຫຼືອຈາກທ່ານ.

ໃນຣັດວິກຕໍເຣັຍ ການຊື້ຫຼືຂາຍຜັກຕົບຖືວ່າຜິດກົດໝາຍ. ການຂາຍຫຼືແບ່ງປັນພືດຊະນິດນີ້ພາຍໃນຊຸມຊົນກໍຖືວ່າຜິດກົດໝາຍເຊັ່ນກັນ. ເປັນການຜິດກົດໝາຍທີ່ຈະປ່ອຍເອົາພືດນີ້ລົງໃສ່ແມ່ນ້ຳລຳຄອງໃນເຂດທ້ອງຖິ່ນ.

ຖ້າທ່ານແຈ້ງໃຫ້ກະຊວງກະສິກຳຂອງຣັດວິກຕໍເຣັຍຊາບວ່າທ່ານມີຜັກຕົບຢູ່ໃນຄວາມຄອບຄອງ ຈະບໍ່ມີການປັບໄໝ ແລະພືດດັ່ງກ່າວກໍຈະຖືກຮື້ເອົາໄປຖິ້ມຢ່າງປອດໄພ.

ພືດນີ້ເປັນໄພອັນຕຣາຍຕໍ່ສັດພື້ນບ້ານຂອງອອສເຕຣເລັຍ, ເຊັ່ນ ໂຕພເລດຕີພຸສ, ເພາະວ່າມັນໄປຕັນທາງນ້ຳໄຫຼແລະເຮັດໃຫ້ອາຫານເຫຼືອນ້ອຍລົງ

ນອກນີ້ຜັກຕົບກໍຍັງຢຸດຢັ້ງບໍ່ໃຫ້ຄົນໄດ້ເບີກບານມ່ວນຊື່ນກັບກິດຈະກຳຕ່າງໆເຊັ່ນ ຕຶກປາ, ຂີ່ເຮືອກາຢັກ ແລະ ຫຼີ້ນສະກີນ້ຳ. ຖ້າວ່າພືດພວກນີ້ເຂົ້າໄປໃນແມ່ນ້ຳ, ບຶງ ຫຼື ລຳທານຕ່າງໆ ມັນສາມາດເຮັດໃຫ້ພວກຊາວໄຮ່ຊາວນາມີຄ່າໃຊ້ຈ່າຍສູງຂຶ້ນ ແລະ ເປັນສາເຫດໃຫ້ອາຫານມີລາຄາແພງຂຶ້ນຕາມໄປດ້ວຍ.

 ຕຸ່ນປາກເປັດລອຍນ້ຳ

ຕິດຕໍ່ຫາພວກເ

ຈົ່ງແຈ້ງໃຫ້ເຮົຳຊາບຖ້າທ່ານເຫັນຜັກຕົບຢູ່ໃນແມ່ນ້ຳ, ບຶງ ຫຼື ລຳທານໃນເຂດທ້ອງຖິ່ນຂອງທ່ານ ເພື່ອວ່າເຮົາຈະໄດ້ໄປຮື້ອອກແລະຊ່ວຍປ້ອງກັນສິ່ງແວດລ້ອມຂອງອອສເຕຣເລັຍ.

ຖ້າທ່ານມີຜັກຕົບຢູ່ໃນຄວາມຄອບຄອງ, ກະຣຸນາໂທເລກ 136 186 ຫຼືອີເມວຫາ weed.spotters@agriculture.vic.gov.au. ພືດນັ້ນຈະຖືກເອົາອອກຈາກສວນຂອງທ່ານແລະເອົາໄປຖິ້ມໃຫ້ໂດຍບໍ່ເສັຍຄ່າໃດໆ.

ເຈົ້າໜ້າທີ່ຮັກສາຄວາມປອດໄພທາງຊີພະພາບສອງຄົນທີ່ໃສ່ເຄື່ອງແບບກໍາລັງເອົາຜັກຕົບໃຫ້ເຈົ້າຂອງດິນເບິ່ງ ໂດຍມີເຂື່ອນກັ້ນນໍ້າຢູ່ດ້ານຫຼັງ

Page last updated: 12 Jan 2024